IMG 2197 scaled

ໃນວັນທີ 08 ມິຖຸນາ 2022 ທີ່ຜ່ານມາ ບໍລິສັດ ບີຊີໄອ ຈຳກັດ ຜູ້ດຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດສັດ” ໃຫ້ກຸ່ມລ້ຽງແບ້ – ງົວ ແລະ ສັດຕະວະແພດ ເມືອງ ປາກງືມ, ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ທີມງານຂາຍຢາ ແລະ ວິຊາການສັດຕະວະແພດຂອງ ບໍລິສັດ ບີຊີໄອ ດ້ວຍການຮ່ວມມືຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ປາກງືມ ແລະ ໃຫ້ການສະໜັບສະໜູນໂດຍບໍລິສັດ Better Pharma ປະເທດລາວ.