ໃນວັນທີ 26 ພຶດສະພາ 2022 ທີ່ຜ່ານມາ ບໍລິສັດ ບີຊີໄອ ຈຳກັດ ຜູ້ດຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດສັດ” ໃຫ້ກຸ່ມລ້ຽງແບ້ ແລະ ສັດຕະວະແພດ ເມືອງ ປາກງືມ, ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ທີມງານຂາຍຢາ ແລະ ວິຊາການສັດຕະວະແພດຂອງ ບໍລິສັດ ບີຊີໄອ ດ້ວຍການຮ່ວມມືຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ປາກງືມ ແລະ ໃຫ້ການສະໜັບສະໜູນໂດຍບໍລິສັດ Better Pharma ປະເທດລາວ.















