IMG 2557 scaled

ໃນວັນທີ 15 ມິຖຸນາ 2022 ທີ່ຜ່ານມາ ບໍລິສັດ ບີຊີໄອ ຈຳກັດ ຜູ້ດຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດສັດ” ໃຫ້ກຸ່ມລ້ຽງໝູ ແລະ ສັດຕະວະແພດ ເມືອງ ປາກງືມ, ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ທີມງານຂາຍຢາ ແລະ ວິຊາການສັດຕະວະແພດຂອງ ບໍລິສັດ ບີຊີໄອ ດ້ວຍການຮ່ວມມືຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ປາກງືມ ແລະ ໃຫ້ການສະໜັບສະໜູນໂດຍບໍລິສັດ Better Pharma ປະເທດລາວ.

ດ້ວຍເຫດນີ້, ທີມງານບໍລິສັດ (ຜູ້ລາຍງານ) ຈຶ່ງໄດ້ດຳເນີນການຈັດກອງປະຊຸມສຳມະນາຂື້ນຢູ່ທີ່ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ຊຶ່ງບ່ອນທີ່ມີຊາວກະສິກອນລ້ຽງຫມູ ແລະ ສັດຕະວະແພດບ້ານ ໂດຍມີຈຸດປະສົງດັ່ງນີ້: (1) ໃຫ້ເຈົ້າຂອງຟາມໄດ້ເຂົ້າໃຈກ່ຽວກັບ ອາຫານ ແລະ ການໃຫ້ອາຫານລ້ຽງໝູແຕ່ລະໄລຍະ; (2) ເຫັນຄວາມສຳຄັນຂອງພະຍາດລະບາດໝູ; (3) ບັນດາປັດໄຈທີ່ເຮັດໃຫ້ສັດປ່ວຍ ແລະ ບັນດາເສັ້ນທາງເຂົ້າມາໃນຟາມຂອງເຊື້ອພະຍາດ; (4) ໃຫ້ຮູ້ຈັກພະຍາດລະບາດສຳຄັນທີ່ມັກເກີດກັບໝູ; (5) ໃຫ້ຮູ້ຈັກບັນດາມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດໝູພາຍໃນຟາມຂອງຕົນ; (6) ເຈົ້າຂອງຟາມກໍຄືສັດຕະວະແພດບ້ານຮູ້ຈັກການນຳໃຊ້ຢາປິ່ນປົວສັດທີ່ຖືກຕ້ອງຕາມການສະແດງອາການຂອງສັດປ່ວຍ; ແລະ (7) ເພື່ອນຳສະເໜີຜະລິດຕະພັນຢາປົວສັດ ແລະ ອຸປະກອນສັດຕະວະແພດຂອງບໍລິສັດ ບີຊີໄອ ທີ່ເປັນຜູ້ຕອບສະໜອງ ພ້ອມທັງໃຫ້ຄຳປຶກສາ.

ຜູ້ເຂົ້າຮ່ວມງານສຳມະນາຄັ້ງນີ້ມີທັງໝົດ 30 ທ່ານ (ຍິງ 3 ທ່ານ) ຊຶ່ງປະກອບມີ 8 ທ່ານເປັນເຈົ້າຂອງຟາມລ້ຽງໝູ, 11 ທ່ານເປັນສັດຕະວະແພດບ້ານ, 7 ທ່ານຈາກຫ້ອງການກະສິກຳເມືອງ ແລະ 4 ທ່ານຈາກບໍລິສັດ ບີຊີໄອ.

ຜົນໄດ້ຮັບຂອງການຈັດສຳມະນາຄັ້ງນີ້ມີຄື: ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະເໜີກ່ຽວກັບ: ອາຫານ ແລະ ການໃຫ້ອາຫານໝູແຕ່ລະໄລຍະ; ຄວາມສຳຄັນຂອງພະຍາດລະບາດ ແລະ ເສັ້ນທາງເຂົ້າມາໃນຟາມຂອງເຊື້ອພະຍາດ; ພະຍາດລະບາດສຳຄັນທີ່ມັກເກີດກັບຟາມໝູ; ບັນດາມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດ;  ແລະ ໄດ້ຮັບຟັງຄຳແນະນຳການນຳໃຊ້ຢາປິ່ນປົວພະຍາດໝູ ແລະ ຜະລິດຕະພັນຢາປົວສັດທີ່ບໍລິສັດ ບີຊີໄອໄດ້ນຳເຂົ້າມາບໍລິການຂາຍພ້ອມທັງໃຫ້ຄຳປຶກສາ. ໃນຊ້ວງສົນທະນາ, ບັນດາເຈົ້າຂອງຟາມໝູ ແລະ ສັດຕະວະແພດບ້ານ ກໍໄດ້ມີການສົນທະນາແລກປ່ຽນບັນຫາທີ່ເກີດຂື້ນພາຍໃນຟາມຂອງຕົນເຊັ່ນ: ພະຍາດທີ່ເກີດຂຶ້ນກັບໝູ, ການປິ່ນປົວ ແລະ ການນຳໃຊ້ຢາປົວສັດ ເປັນຕົ້ນ. ຜູ້ເຂົ້າຮ່ວມທຸກຄົນໄດ້ມີຄວາມກະຕືລືລົ້ນໃນການຮັບຟັງ ແລະ ແລກປ່ຽນບົດຮຽນນຳກັນ.