ໃນວັນທີ 22 ມິຖຸນາ 2022 ທີ່ຜ່ານມາ ບໍລິສັດ ບີຊີໄອ ຈຳກັດ ຜູ້ດຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດສັດ” ໃຫ້ແກ່ກຸ່ມຜູ້ລ້ຽງງົວຊີ້ນ ແລະ ສັດຕະວະແພດບ້ານ ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ທີມງານຂາຍຢາ ແລະ ວິຊາການສັດຕະວະແພດຂອງ ບໍລິສັດ ບີຊີໄອ ດ້ວຍການຮ່ວມມືຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ປາກງືມ ແລະ ໃຫ້ການສະໜັບສະໜູນໂດຍບໍລິສັດ Better Pharma ປະເທດລາວ.
ດ້ວຍເຫດນີ້, ທີມງານບໍລິສັດ (ຜູ້ລາຍງານ) ຈຶ່ງໄດ້ດຳເນີນການຈັດກອງປະຊຸມສຳມະນາຂື້ນຢູ່ທີ່ ສະໂມສອນຂອງຫ້ອງການປົກຄອງເມືອງ ນາຊາຍທອງ ຊຶ່ງເປັນພື້ນທີ່ມີຊາວກະສິກອນຜູ້ລ້ຽງງົວຊີ້ນຫຼາຍໂດຍມີຈຸດປະສົງດັ່ງນີ້: (1) ໃຫ້ເຈົ້າຂອງຟາມໄດ້ເຂົ້າໃຈກ່ຽວກັບ ການໃຫ້ອາຫານຫຍາບ ແລະ ອາຫານເສີມລ້ຽງງົວຂອງຕົນໃນແຕ່ລະໄລຍະ; (2) ການໃຫ້ຫຍ້າເນເປັຍໝັກໃນຊ້ວງເວລາຫຍ້າສົດບໍ່ພຽງພໍ ແລະ ການຜະລິດຫຍ້າເນເປັຍໝັກຂອງບໍລິສັດ; (3) ເຫັນຄວາມສຳຄັນຂອງພະຍາດລະບາດສັດ; (4) ບັນດາເສັ້ນທາງເຂົ້າມາໃນຟາມຂອງເຊື້ອພະຍາດ; ແລະ ການແຜ່ກະຈາຍເຊື້ອພະຍາດ (5) ໃຫ້ຮູ້ນຳໃຊ້ມາດຕະການຕ່າງໆໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດພາຍໃນຟາມຂອງຕົນ; (6) ເຈົ້າຂອງສັດ ແລະ ສັດຕະວະແພດບ້ານຮູ້ຈັກການນຳໃຊ້ຢາປົວສັດທີ່ຖືກຕ້ອງຕາມການສະແດງອາການຂອງສັດປ່ວຍ; ແລະ (7) ເພື່ອນຳສະເໜີຜະລິດຕະພັນຢາປົວສັດ ແລະ ອຸປະກອນສັດຕະວະແພດຂອງບໍລິສັດ ບີຊີໄອ ເປັນຜູ້ຕອບສະໜອງ ພ້ອມທັງໃຫ້ຄຳປຶກສາ.
ຜູ້ເຂົ້າຮ່ວມງານສຳມະນາຄັ້ງນີ້ມີທັງໝົດ 45 ທ່ານ (ຍິງ 8 ທ່ານ) ຊຶ່ງປະກອບມີ 19 ທ່ານເປັນເຈົ້າຂອງຟາມງົວຊີ້ນ, 16 ສັດຕະວະແພດບ້ານ, 7 ທ່ານຈາກຫ້ອງການກະສິກຳເມືອງ, Better Pharma 1 ທ່ານ ແລະ 5 ທ່ານຈາກບໍລິສັດ ບີຊີໄອ.
ຜົນໄດ້ຮັບຂອງການຈັດສຳມະນາຄັ້ງນີ້ມີຄື: ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະເໜີກ່ຽວກັບ ການໃຫ້ອາຫານງົວໃນແຕ່ລະໄລຍະ; ຄວາມສຳຄັນຂອງພະຍາດລະບາດ; ສາຍເຫດຂອງການເກີດພະຍາດ ແລະ ການແຜ່ກະຈາຍຊອງເຊື້ອພະຍາດ; ບັນດາມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດ; ແລະ ໄດ້ຮັບຟັງຄຳແນະນຳການນຳໃຊ້ຢາປົວສັດໃຫ້ຖືກຕ້ອງຕາມອາການຂອງສັດປ່ວຍ ແລະ ຜະລິດຕະພັນຢາປົວສັດທີ່ບໍລິສັດ ບີຊີໄອໄດ້ນຳເຂົ້າມາບໍລິການຂາຍພ້ອມທັງໃຫ້ຄຳປຶກສາ. ໃນຊ້ວງສົນທະນາ, ບັນດາເຈົ້າຂອງຟາມງົວ ແລະ ສັດຕະວະແພດບ້ານໄດ້ມີການສົນທະນາແລກປ່ຽນບັນຫາທີ່ເກີດຂື້ນພາຍໃນຟາມຂອງຕົນເຊັ່ນ: ພະຍາດທີ່ເກີດຂຶ້ນກັບງົວຂອງຕົນ, ການປິ່ນປົວ ແລະ ການນຳໃຊ້ຢາປົວສັດ ເປັນຕົ້ນ. ຜູ້ເຂົ້າຮ່ວມທຸກຄົນໄດ້ມີຄວາມກະຕືລືລົ້ນໃນການຮັບຟັງ ແລະ ແລກປ່ຽນບົດຮຽນນຳກັນ.




















