IMG 1917 scaled

ໃນວັນທີ 19 ພຶດສະພາ 2022 ທີ່ຜ່ານມາ ບໍລິສັດ ບີຊີໄອ ຈຳກັດ ຜູ້ດຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດສັດ” ໃຫ້ກຸ່ມລ້ຽງແບ້ ແລະ ສັດຕະວະແພດ ບ້ານ ນາຍາງ ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ທີມງານຂາຍຢາ ແລະ ວິຊາການສັດຕະວະແພດຂອງບໍລິສັດ ບີຊີໄອ ດ້ວຍການຮ່ວມມືຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ ແລະ ໃຫ້ການສະໜັບສະໜູນໂດຍບໍລິສັດ Better Pharma ປະເທດລາວ.

ດ້ວຍເຫດນີ້, ທີມງານບໍລິສັດ (RO) ຈຶ່ງໄດ້ດຳເນີນການຈັດກອງປະຊຸມສຳມະນາຂື້ນຢູ່ວັດ ບ້ານນາຍາງ, ເມືອງ ນາຊາຍທອງບ່ອນທີ່ມີກຸ່ມຂອງຄົນລ້ຽງແບ້ໂດຍມີຈຸດປະສົງດັ່ງນີ້: (1) ໃຫ້ເຈົ້າຂອງຟາມໄດ້ເຂົ້າໃຈກ່ຽວກັບອາຫານ ແລະ ການໃຫ້ອາຫານລ້ຽງສັດຂອງຕົນໃນແຕ່ລະໄລຍະ; (2) ເຫັນຄວາມສຳຄັນຂອງພະຍາດລະບາດສັດ; (3)  ໃຫ້ຮູ້ຈັກສາຍ ເຫດ ແລະ ປັດໃຈທີ່ພາໃຫ້ສັດເກີດພະຍາດສັດ; (4) ໃຫ້ຮູ້ຈັກພະຍາດທີ່ມັກເກີດກັບແບ້; (5) ຮູ້ຈັກນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດໃນຊ້ວງລະດູຝົນ; (6) ເຈົ້າຂອງສັດຮູ້ຈັກການນຳໃຊ້ຢາປົວສັດຕາມການສະແດງອາການຂອງສັດປ່ວຍ; ແລະ (7) ນຳສະເໜີຜະລິດຕະພັນຢາປົວສັດ ແລະ ອຸປະກອນສັດຕະວະແພດ ທີ່ບໍລິສັດ ບີຊີໄອ ເປັນບໍລິສັດດຽວທີ່ສະໜອງຢາປົວສັດຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງໃຫ້ຄຳປຶກສາແນະນຳ ເປັນຕົ້ນ.

ຜູ້ເຂົ້າຮ່ວມງານສຳມະນາຄັ້ງນີ້ມີທັງໝົດ 29 ທ່ານ (ຍິງ 9 ທ່ານ) ຊຶ່ງປະກອບມີ 16 ທ່ານເປັນເຈົ້າຂອງຟາມແບ້, 1 ທ່ານຈາກອຳນາດການປົກຄອງບ້ານ, 5 ທ່ານຈາກຫ້ອງການກະສິກຳເມືອງ, 1 ທ່ານຈາກບໍລິສັດ Better Pharma ແລະ 6 ທ່ານຈາກບໍລິສັດ ບີຊີໄອ (ເບິ່ງເອກະສານຄັດຕິດ 2).

ຜົນໄດ້ຮັບຂອງການຈັດສຳມະນາຄັ້ງນີ້ມີຄື: ຜູ້ເຂົ້າຮ່ວມໄດ້ຮັບຟັງ ບົດສະເໜີກ່ຽວກັບ ອາຫານ ແລະ ການໃຫ້ອາຫານແບ້ແຕ່ລະໄລຍະ; ຄວາມສຳຄັນຂອງພະຍາດລະບາດ ແລະ ພະຍາດມັກເກີດກັບແບ້; ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດພາຍໃນຟາມແບ້;  ແລະ ໄດ້ຮັບຟັງຄຳແນະນຳການນຳໃຊ້ຢາປົວສັດຕາມການສະແດງອາການ ແລະ ບັນດາຜະລິດຕະພັນຢາປົວສັດທີ່ບໍລິສັດ ບີຊີໄອໄດ້ນຳເຂົ້າມາບໍລິການຂາຍໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດ ພ້ອມທັງໃຫ້ຄຳປຶກສາ.