IMG 1566
IMG 1587
IMG 1599
IMG 1643
IMG 1646
IMG 1607
IMG 1625
IMG 1614
IMG 1628
IMG 1639
IMG 1648
IMG 1661

ໃນວັນທີ 13 ພຶດສະພາ 2022 ທີ່ຜ່ານມາ ບໍລິສັດ ບີຊີໄອ ຈຳກັດ ຜູ້ດຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດສັດ” ໃຫ້ກຸ່ມລ້ຽງແບ້/ງົວຊີ້ນ ແລະ ສັດຕະວະແພດ ບ້ານ ທົ່ງມັ່ງ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ທີມງານຂາຍຢາ ແລະ ວິຊາການສັດຕະວະແພດຂອງບໍລິສັດ ບີຊີໄອ ດ້ວຍການຮ່ວມມືຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ ແລະ ໃຫ້ການສະໜັບສະໜູນໂດຍບໍລິສັດ Better Pharma ປະເທດລາວ.

ດ້ວຍເຫດນີ້, ທີມງານບໍລິສັດ (RO) ຈຶ່ງໄດ້ດຳເນີນການຈັດກອງປະຊຸມສຳມະນາຂື້ນຢູ່ວັດ ບ້ານທົ່ງມັ່ງ, ເມືອງ ໄຊທານີ ບ່ອນທີ່ມີກຸ່ມຂອງຄົນລ້ຽງແບ້/ງົວຊີ້ນ ໂດຍມີຈຸດປະສົງດັ່ງນີ້: (1) ໃຫ້ເຈົ້າຂອງຟາມໄດ້ເຂົ້າໃຈກ່ຽວກັບອາຫານ ແລະ ການໃຫ້ອາຫານລ້ຽງສັດຂອງຕົນໃນແຕ່ລະໄລຍະ; (2) ເຫັນຄວາມສຳຄັນຂອງພະຍາດລະບາດສັດ; (3)  ໃຫ້ຮູ້ຈັກສາຍ ເຫດ ແລະ ປັດໃຈທີ່ພາໃຫ້ສັດເກີດພະຍາດສັດ; (4) ໃຫ້ຮູ້ຈັກພະຍາດທີ່ມັກເກີດກັບແບ້; (5) ຮູ້ຈັກນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດໃນຊ້ວງລະດູຝົນ; (6) ເຈົ້າຂອງສັດຮູ້ຈັກການນຳໃຊ້ຢາປົວສັດຕາມການສະແດງອາການຂອງສັດປ່ວຍ; ແລະ (7) ນຳສະເໜີຜະລິດຕະພັນຢາປົວສັດ ແລະ ອຸປະກອນສັດຕະວະແພດ ທີ່ບໍລິສັດ ບີຊີໄອ ເປັນບໍລິສັດດຽວທີ່ສະໜອງຢາປົວສັດຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງໃຫ້ຄຳປຶກສາແນະນຳ ເປັນຕົ້ນ.

ຜູ້ເຂົ້າຮ່ວມທັງໝົດ ມີ 22 ທ່ານ (ຍິງ 3 ທ່ານ) ໄດ້ເຂົ້າຮ່ວມງານສຳມະນາໃນຄັ້ງນີ້ ຊຶ່ງປະກອບມີ 13 ທ່ານເປັນເຈົ້າຂອງແບ້ ແລະ ງົວ (ກວມເອົາສັດຕະວະແພດບ້ານ, ຫົວໜ້າກຸ່ມ ແລະ ການນຳຂັ້ນບ້ານ), 2 ທ່ານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ, 1 ທ່ານຈາກບໍລິສັດ Better Pharma ແລະ 6 ທ່ານຈາກບໍລິສັດ ບີຊີໄອ (ເບິ່ງເອກະສານຄັດຕິດ 2). ຜົນໄດ້ຮັບຂອງການຈັດສຳມະນາຄັ້ງນີ້ມີຄື: ຜູ້ເຂົ້າຮ່ວມໄດ້ຮັບຟັງ ບົດສະເໜີກ່ຽວກັບ ອາຫານ ແລະ ການໃຫ້ອາຫານແບ້ແຕ່ລະໄລຍະ; ຄວາມສຳຄັນຂອງພະຍາດລະບາດ ແລະ ພະຍາດມັກເກີດກັບແບ້; ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດພາຍໃນຟາມ;  ແລະ ໄດ້ຮັບຟັງຄຳແນະນຳການນຳໃຊ້ຢາປົວສັດຕາມການສະແດງອາການ ແລະ ບັນດາຜະລິດຕະພັນຢາປົວສັດທີ່ບໍລິສັດ ບີຊີໄອໄດ້ນຳເຂົ້າມາບໍລິການຂາຍໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດ.