ໃນວັນທີ 13 ພຶດສະພາ 2022 ທີ່ຜ່ານມາ ບໍລິສັດ ບີຊີໄອ ຈຳກັດ ຜູ້ດຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດສັດ” ໃຫ້ກຸ່ມລ້ຽງແບ້/ງົວຊີ້ນ ແລະ ສັດຕະວະແພດ ບ້ານ ທົ່ງມັ່ງ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ງານສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ທີມງານຂາຍຢາ ແລະ ວິຊາການສັດຕະວະແພດຂອງບໍລິສັດ ບີຊີໄອ ດ້ວຍການຮ່ວມມືຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ ແລະ ໃຫ້ການສະໜັບສະໜູນໂດຍບໍລິສັດ Better Pharma ປະເທດລາວ.
ດ້ວຍເຫດນີ້, ທີມງານບໍລິສັດ (RO) ຈຶ່ງໄດ້ດຳເນີນການຈັດກອງປະຊຸມສຳມະນາຂື້ນຢູ່ວັດ ບ້ານທົ່ງມັ່ງ, ເມືອງ ໄຊທານີ ບ່ອນທີ່ມີກຸ່ມຂອງຄົນລ້ຽງແບ້/ງົວຊີ້ນ ໂດຍມີຈຸດປະສົງດັ່ງນີ້: (1) ໃຫ້ເຈົ້າຂອງຟາມໄດ້ເຂົ້າໃຈກ່ຽວກັບອາຫານ ແລະ ການໃຫ້ອາຫານລ້ຽງສັດຂອງຕົນໃນແຕ່ລະໄລຍະ; (2) ເຫັນຄວາມສຳຄັນຂອງພະຍາດລະບາດສັດ; (3) ໃຫ້ຮູ້ຈັກສາຍ ເຫດ ແລະ ປັດໃຈທີ່ພາໃຫ້ສັດເກີດພະຍາດສັດ; (4) ໃຫ້ຮູ້ຈັກພະຍາດທີ່ມັກເກີດກັບແບ້; (5) ຮູ້ຈັກນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດໃນຊ້ວງລະດູຝົນ; (6) ເຈົ້າຂອງສັດຮູ້ຈັກການນຳໃຊ້ຢາປົວສັດຕາມການສະແດງອາການຂອງສັດປ່ວຍ; ແລະ (7) ນຳສະເໜີຜະລິດຕະພັນຢາປົວສັດ ແລະ ອຸປະກອນສັດຕະວະແພດ ທີ່ບໍລິສັດ ບີຊີໄອ ເປັນບໍລິສັດດຽວທີ່ສະໜອງຢາປົວສັດຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງໃຫ້ຄຳປຶກສາແນະນຳ ເປັນຕົ້ນ.
ຜູ້ເຂົ້າຮ່ວມທັງໝົດ ມີ 22 ທ່ານ (ຍິງ 3 ທ່ານ) ໄດ້ເຂົ້າຮ່ວມງານສຳມະນາໃນຄັ້ງນີ້ ຊຶ່ງປະກອບມີ 13 ທ່ານເປັນເຈົ້າຂອງແບ້ ແລະ ງົວ (ກວມເອົາສັດຕະວະແພດບ້ານ, ຫົວໜ້າກຸ່ມ ແລະ ການນຳຂັ້ນບ້ານ), 2 ທ່ານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ, 1 ທ່ານຈາກບໍລິສັດ Better Pharma ແລະ 6 ທ່ານຈາກບໍລິສັດ ບີຊີໄອ (ເບິ່ງເອກະສານຄັດຕິດ 2). ຜົນໄດ້ຮັບຂອງການຈັດສຳມະນາຄັ້ງນີ້ມີຄື: ຜູ້ເຂົ້າຮ່ວມໄດ້ຮັບຟັງ ບົດສະເໜີກ່ຽວກັບ ອາຫານ ແລະ ການໃຫ້ອາຫານແບ້ແຕ່ລະໄລຍະ; ຄວາມສຳຄັນຂອງພະຍາດລະບາດ ແລະ ພະຍາດມັກເກີດກັບແບ້; ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດພາຍໃນຟາມ; ແລະ ໄດ້ຮັບຟັງຄຳແນະນຳການນຳໃຊ້ຢາປົວສັດຕາມການສະແດງອາການ ແລະ ບັນດາຜະລິດຕະພັນຢາປົວສັດທີ່ບໍລິສັດ ບີຊີໄອໄດ້ນຳເຂົ້າມາບໍລິການຂາຍໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດ.












