ດ້ວຍເຫດນີ້, ຜູ້ລາຍງານ (RO) ຈຶ່ງໄດ້ດຳເນີນການຈັດກອງປະຊຸມສຳມະນາຂື້ນຢູ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຫາດຊາຍຟອງ ບ່ອນທີ່ມີກຸ່ມລ້ຽງງົວງາມບຣາມັນ ແລະ ງົວຊີ້ນພັນພື້ນເມືອງ. ຈຸດປະສົງຂອງການຈັດສຳມະນາ ມີດັ່ງນີ້: (1) ໃຫ້ເຈົ້າຂອງຟາມ ແລະ ສັດຕະວະແພດບ້ານ ຈະໄດ້ເຂົ້າໃຈໃນການໃຫ້ອາຫານລ້ຽງງົວໃນແຕ່ລະໄລຍະ ລວມທັງການໃຫ້ຫຍ້າເນເປັຍໝັກ ແລະ ອາຫານເຂັ້ມຂຸ້ນເສີມສຳລັບລ້ຽງງົວໃນຊ້ວງຂາດແຄນຫຍ້າສົດ; (2) ໃຫ້ເຈົ້າຂອງງົວ ແລະ ສັດຕະວະແພດບ້ານໄດ້ຮູ້ຈັກສາຍເຫດ ແລະ ປັດໃຈທີ່ພາໃຫ້ສັດເກີດພະຍາດລະບາດພາຍໃນຟາມ; (3) ຮູ້ຈັກການນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດສັດພາຍໃນຟາມ; (4) ແນະນຳການນຳໃຊ້ຢາປົວສັດໃຫ້ຖືກຕ້ອງ; ແລະ (5) ສະເໜີຜະລິດຕະພັນຢາປົວສັດ ແລະ ອຸປະກອນສັດຕະວະແພດ.
ຜູ້ເຂົ້າຮ່ວມທັງໝົດ ມີ 36 ທ່ານ (ຍິງ 6 ທ່ານ) ໄດ້ເຂົ້າຮ່ວມງານສຳມະນາໃນຄັ້ງນີ້ ຊຶ່ງມີ 17 ທ່ານຈາກຟາມລ້ຽງງົວງາມບຣາມັນ ແລະ ສັດຕະວະແພດບ້ານ, 3 ທ່ານຈາກສະຫະກອນ (ປູກຝັງ ແລະ ລ້ຽງສັດ), 2 ທ່ານເປັນນັກຮຽນຝຶກງານ, 8 ທ່ານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, 5 ທ່ານຈາກບໍລິສັດ ບີຊີໄອ ແລະ 1 ທ່ານຕາງໜ້າ Better Pharma (ເບິ່ງເອກະສານຄັດຕິດ 2).
ຜົນໄດ້ຮັບຂອງການຈັດສຳມະນາຄັ້ງນີ້ມີຄື: ເຈົ້າຂອງຟາມງົວໄດ້ຮັບຟັງ ບົດສະເໜີກ່ຽວກັບການໃຫ້ອາຫານງົວແຕ່ລະໄລຍະ ລວມທັງການໃຫ້ຫຍ້າເນເປັຍໝັກ ແລະ ອາຫານເຂັ້ມຂຸ້ນເສີມລ້ຽງງົວໃນຊ້ວງລະດູຂາດແຄນ; ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດລະບາດສັດ; ແລະ ໄດ້ຮັບຟັງຄຳແນະນຳການນຳໃຊ້ຢາປົວສັດ ແລະ ບັນດາຜະລິດຕະພັນຢາປົວສັດທີ່ບໍລິສັດ ບີຊີໄອໄດ້ນຳເຂົ້າມາບໍລິການຂາຍ. ໃນຊ້ວງສົນທະນາ, ຜູ້ເຂົ້າຮ່ວມທັງໝົດໄດ້ມີການສົນທະນາແລກປ່ຽນບັນຫາສຳຄັນທີ່ເກີດຂື້ນກັບງົວຂອງຕົນ ແລະ ຂອງປະຊາຊົນພາຍໃນບ້ານ ເຊັ່ນ: ບັນຫາການໃຫ້ອາຫານເຂັ້ມຂຸ້ນເສີມລ້ຽງງົວ, ບັນຫາການປິ່ນປົວງົວທີ່ຜ່ານມາ, ການປ້ອງກັນພະຍາດ, ພະຍາດທີ່ເກີດຂຶ້ນກັບງົວຂອງຕົນ ແລະ ບັນຫາການນຳໃຊ້ຢາ ເປັນຕົ້ນ. ເຈົ້າຂອງງົວ/ສັດຕະວະແພດບ້ານທຸກຄົນທີ່ເຂົ້າຮ່ວມ ໄດ້ມີຄວາມກະຕືລືລົ້ນໃນການຮັບຟັງ ແລະ ແລກປ່ຽນບົດຮຽນຮ່ວມກັນ.









