ໂຮງຮຽນ ເມທານີ
MTN. ເປັນສູນກາງສືກສາ,ໂດຍພົວເຮົາເນັ້ນການພັດທະນາທະສະຂອງເດັກນ້ອຍ, ແຕ່ອາຍຸ 1-6 ປີໂດຍໃຊ້ຫຼັກສູດຈາກປະເທດຢີ່ປຸ່ນມາປະສົມປະສານ, ແລະ ທາງສູນການສືກສາດັ່ງກ່າວກຳລັງຕັ້ງເປົ້າພັດທະນາຂັນອານຸບານຈົນຮອດຈົບ, ມັດທະຍົມ,ຕອນປາຍ, ເພື່ອສ້າງຊັບພະຍາກອນມະນຸດ,ທີ່ໄດ້ຄຸນນະພາບ,ສູ່ສັງຄົມ,ສາກົນອັນກວ້າງໄກ
BLV ເຫຼົ້າ ແລະ ວາຍ
BLV ເປັນແຫຼ່ງຈຳໜ່າຍເຄື່ອງດື່ມ, ນຳເຂົ້າຈາກຕ່າງປະເທດ, ເພື່ອຮອງຮັບ ການບໍລິການ, ໃຫ້ລູກຄ້າທີ່ມີຄວາມຕ້ອງການໂດຍທາງພວກເຮົາມີຄວາມຊ່ຽວຊານໃນດ້ານປະເພດນີ້, ສະເພາະຊ່ວຍໃຫ້ຜູ້ບໍລິໂພກສາມາດໝັ້ນໃຈເຖິງຕົວສິນຄ້າ ແລະ ການບໍລິການ ທີ່ໃຫ້ຄວາມສຳຄັນ ຕໍ່ຜູ້ບໍລິໂພກ. ໂດຍໄດ້ມີການຍອມຮັບ ຂອງສັງຄົມເປັນເວລາຜ່ານມາຫຼາຍປີ ແລະ ພູມໃຈທີ່ໄດ້ເປັນທາງເລືອກສຳລັບຜູ້ບໍລິໂພກຕະຫຼອດມາ
ບໍລິສັດ ເອສທີຈີ ເທຣດດິງ ລາວ
ຂະແໜງດ້ານກາຄ້າ ເອັດທີຈີ ເທດດິງ ໄດ້ສ້າງຕັ້ງຂຶ້ນໃນປີ 2018 ໂດຍໄດ້ນຳເຂົ້າແລະຈັດຈຳໜ່າຍ ສິນຄ້າອຸປະກອນກໍ່ສ້າງຈາກຕ່າງປະເທດ ເຊິ່ງພວກເຮົາມີທີມງານດ້ານກໍ່ສ້າງສະເພາະເພື່ອໃຫ້ຄຳປຶກສາແກ່ລູກຄ້າບໍ່ວ່າຈະເປັນໂຮງງານອຸດສາຫະກຳ ຫລື ອາຄານທີ່ຢູ່ອາໃສຕ່າງໆ. ປະຈຸບັນພວກເຮົາໄດ້ສະຫນອງອຸປະກອນກໍ່ສ້າງຫລາຍປະເພດເຊັ່ນ: ອຸປະກອນຫລັງຄາ, ຊີມັງ ແລະ ອື່ນໆ. ຄູ່ຄ້າທີ່ພວກເຮົາສະຫນອງສິນຄ້າໃຫ້ມີທັງຮ້ານຄ້າສະຫນອງອຸປະກອນກໍ່ສ້າງໃນນະຄອນຫລວງທີ່ມີຫລາຍກວ່າ 200 ຮ້ານຄ້າ.ບໍລິສັດ ເຫຼົ້າລາວ ຈຳກັດ
ເປັນໜ່ວຍງານດ້ານການຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອຈຳໜ່າຍອອກສູ່ສັງຄົມ ພາຍໃນ ແລະ ພາຍນອກ ໂດນນຳໃຊ້ວັດຖຸດີບຢູ່ພາຍໃນລາວເຮົາເອງ ເປັນສ້າງເອກະລັກຂອງຕົນເອງ ແລະ ຄັດສັນວັດຖຸດີບດ້ວຍຄວາມຕັ້ງໃຈ, ເພື່ອຜູ້ບໍລິໂພກໄດ້ຮັບສີ່ງທີ່ມີຄຸນນະພາບ, ໂດຍມີຂະບວນການຜະລິດທີ່ຖືກຫຼັກການ ແລະ ຮັບຮອງເຖິງຄຸນນະພາບທີ່ດີ ຈາກການບອກຮັບຂອງສັງຄົມຕະຫຼອດມາ.
ບໍລິສັດກໍ່ສ້າງຕິດຕັ້ງໄຟຟ້າ ທິບພະຈັນ
TPC ເປັນກຸ່ມບໍລິສັດທີ່ດຳເນີນກິດຈະການ ຫຼາຍຮູບແບບ, ໂດຍເໜັ້ນໃສ່ທາງດ້ານການໄຟຟ້າ ແຮງສູງ ແຮງກາງ ແລະ ແຮງຕໍ່າ. ເຊີ່ງດຳເນີນກິດຈະການມາຫຼາຍປີ ແລະ ມີຜົນງານທີ່ໂດດເດັ່ນ ໃນດ້ານວຽກງານການກໍ່ສ້າງໄຟຟ້າມາຫຼາຍປີ, ຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງລັດຖະບານ, ເຊີ່ງທາງ BCI ຂອງພວກເຮົາກໍ່ໄດ້ເປັນສ່ວນໜຶ່ງຂອງ TPC ໂດຍການເຂົ້າໄປຖືຮຸ້ນ 20% ຂອງຮຸ້ນທັງໝົດ.
ຈະເລີນຟາມ
CRF ຈະເລີນຟາມເປັນຂະແໜ່ງທີ່ຄົ້ນຄ້ວາສຶກສາ ແລະ ເຮັດທຸລະກິດດ້ານກະສິກຳ ແລະ ລ້ຽງສັດ, ເຊີ່ງທາງເຮົາໄດ້ດຳເນີນທຸລະກິດແບບການຄ້າໂດຍຄ້າຂາຍເຄື່ອງກະສິກຳ ໂດຍສະເພາະ ໃບຊາດື່ມ, ເພື່ອສົ່ງອອກໄປຕ່າງປະເທດ ແລະ ຍັງມີສູນຈຳໜ່າຍເຄື່ອງການກະເສດຫຼາຍແບບຕາມຄວາມຕ້ອງການຂອງສັງຄົມ, ພ້ອມນັ້ນ ທາງພວກເຮົາຍັງມີການສຶກສາ ການລ້ຽງງົວພັນຊີ້ນ ເພື່ອສະໜອງອອກເປັນສິ້ນຄ້າສູ້ຕະຫຼາດ ແລະ ສັງຄົມ ໂດຍເໜັ້ນຄຸນນະພາບເປັນຫຼັກ.







