ສ່ວນປະກອບ: ໃນ 1 ປອນ (454ກຼາມ) ປະກອບດ້ວຍ: Erecthromycin 22.7gr + Vitamin B12
ສັບພະຄຸນ:
ຂະໜາດ ແລະ ວິທີໃຊ້:
ການປ້ອງກັນ: ສຳລັບໄກ່ແລະສັດປີກອື່ນໆ.
ການປ້ອງກັນໂຣກເມື່ອໄກ່ສະແດງອາການຫວັດ ຫຼື ອາການຄຽດ ເຊິ່ງເກີດຫຼັງການໃຫ້ວັກຊິນ,
ການເຄື່ອນຍ້າຍ ຫຼື ການປ່ຽນແປງຂອງອາກາດ: ໃຊ້ໄບໂອ+ບີ12: 1ຊອງ (20g) ລະລາຍນ້ໍາ 20 ລິດ ຫຼື 1 ປອນ (454g) ລະລາຍນ້ໍາ 450 ລິດ ໃຫ້ຢາຕິດຕໍ່ກັນ 5-7 ມື້.
ການຮັກສາ:
ໂຣກຊີອາຣ໌ດີ (CRD), ເປັນຫວັດ, ຫວັດໜ້າບວມ, ຂໍ້ບວມ ແລະ ການຕິດເຊື້ອໃນລະບົບທາງເດີນຫາຍໃຈ: ໃຊ້ ໄບໂອ+ບີ12: 1ຊອງ (20g) ລະລາຍນ້ໍາ 10 ລິດ ຫຼື 1ປອນ (454g) ລະລາຍນ້ໍາ 225 ລິດ ໃຫ້ຢາຕິດຕໍ່ກັນ 3-5 ມື້.
ຂະໜາດບັນຈຸ: ຊອງ 20 ກຼາມ, ກະປອງ ½ ປອນ, 1 ປອນ, ກະປຸກ 5 ປອນ ແລະ ຖັງ 50ປອນ.
ວັນໝົດອາຍຸ: 2 ປີ. ຄໍາເຕືອນ: ຫ້າມໃຊ້ໃນເປັດໄຂ່ ໄກ່ໄຂ່.