ຢາແກ້ທ້ອງເບັງ: ເຮບປາເຈັນ (HEPAGEN)

ສັບພະຄຸນ:

Hepagen ອອກລິດໂດຍກົງຕໍ່ຕັບ ຊ່ວຍເພີ່ມການເຮັດວຽກຂອງອະໄວຍະວະທີ່ກ່ຽວຂ້ອງກັບຂະບວນການຍ່ອຍອາຫານ, ຊ່ວຍເພີ່ມປະລິມານນ້ໍາຍ່ອຍຂອງຕັບອ່ອນ ແລະ ນ້ໍາຍ່ອຍ Pepsine ໃນກະເພາະ. ຢານີ້ຈະອອກລິດໂດຍກົງຕໍ່ຕ່ອມທີ່ມີໜ້າທີ່ໃນການຂັບນ້ໍາຍ່ອຍ. ໂດຍທົ່ວໄປອາການອາຫານບໍ່ຍ່ອຍ ແລະ ບໍ່ຖຶກດູດຊຶມ ອາຫານເປັນພິດ. ເບື່ອອາຫານທ້ອງອຶດແໜ້ນທ້ອງ ໃຊ້ເປັນຢາຊ່ວຍໃນການຮັກສາອາການທີ່ມີພະຍາດໃນກະເພາະ ແລະ ລໍາໄສ້

ຂໍ້ບົ່ງໃຊ້ສະເພາະ

ງົວ ຄວາຍ ແກະ ອາຫານເປັນພິດ ແໜ້ນກະເພາະໝັກ (Rumen) ຫຼື ທ້ອງເບັງ, ອາຫານບໍ່ຍ່ອຍ ແລະ ມີແກ໋ສໃນກະເພາະລໍາໄສ້.

ໝູ ພາວະທີ່ເລືອດເປັນພິດຈາກລໍາໄສ້, ບວມນ້ໍາ, ເບື່ອອາຫານ ແລະ ທ້ອງຜູກຫຼັງເກີດ ຫຼື ຢ່ານົມ.

ຂະໜາດບັນຈຸ: 100 ml

Categories