SULFAMET (ຊັນຟາເມຕ) ຢາຕ້ານເຊື້ອຊະນິດນ້ຳ

ສັບພະຄຸນ:

ໄກ່ ເປັດ ຫ່ານ: ໃຊ້ຮັກສາໂຣກຫວັດທີ່ເກີດຈາກເຊື້ອແບກເຕເຣຍ, ເຊື້ອບິດ, ອະຫິວາ, ຂີ້ຂາວ.

ໝູ: ໃຊ້ຮັກສາໂຣກລໍາໄສ້ອັກເສບ ຂີ້ໄຫຼ ເນື່ອງຈາກເຊື້ອແບກເຕເຣຍ: E.coli, Salmonella ແລະ ໂຣກປອດບວມ.

 

ສ່ວນປະກອບ: ໃນ 100ml ມີ Sulfamethazine 12.5 gr

 

ຂະໜາດ ແລະ ວິທີໃຊ້:

ໄກ່ເປັດຫ່ານ: ໃຊ້ຢາຂະໜາດ 2 ບ່ວງແກງ (30 ml) ຕໍ່ນ້ໍາ 4 ລິດ, ໃຫ້ກິນຕິດຕໍ່ກັນ 3-5 ມື້.

ໃນກໍລະນີໂຣກບິດ ຫຼັງຈາກໃຫ້ຢາຄົບ 2 ມື້ແລ້ວ ໃຫ້ລົດຂະໜາດຢາລົງເຄິ່ງໜຶ່ງ ແລະ ກິນຕໍ່ໄປອີກ 4​ ມື້.

ໝູມື້ທໍາອິດໃຫ້ຢາຂະໜາດ 2 ບ່ວງ (30ml) ຕໍ່ນ້ໍໜັກສັດ 25 kg ປະສົມນ້ໍາໃຫ້ກິນ, ມື້ທີ 2,​ 3, 4 ໃຊ້ຢາຂະໜາດ 1 ບ່ວງ (15ml) /25 kg ປະສົມນ້ໍາໃຫ້ກິນຕິດຕໍ່ກັນ.

ຂະໜາດບັນຈຸ:   ກວດ 100 ຊີຊີ, 500 ຊີຊີ, 5 ລິດ

ການເກັບຮັກສາ:  ເກັບໄວ້ບ່ອນແຫ້ງ ໃນອຸນຫະພູມຕ່ຳກ່ວາ 30 ອົງສາ.

ວັນໝົດອາຍຸ:    2 ປີ

ຄໍາເຕືອນ: ຫ້າມໃຊ້ໃນໄກ່ໄຂ່ ແລະ ເປັດໄຂ່