Dualgard 20 (ດັວນກາຣດ 20) ຢາຂ້າເຊື້ອສຳລັບທຳຄວາມ ສະອາດ ແລະ ຂ້າເຊື້ອໂຣກ

ສັບພະຄຸນ:

  • ເປັນຢາຂ້າເຊື້ອທີ່ມີປະສິດທິພາບສູງໃນການຂ້າເຊື້ອໂຣກ,
  • ທໍາຄວາມສະອາດຂ້າເຊື້ອ ພື້ນ ຝາພະໜັງພາຍໃນໂຮງເຮືອນ/ຄອກສັດ, ອຸປະກອນລ້ຽງສັດ, ອ່າງນ້ຳຢາຈຸ່ມເກີບໂບກ, ຂ້າເຊື້ອພາຫານະ, ເສັ້ນທາງພາຍໃນຟາມ.
  • ສາມາດອອກຣິດໄດ້ດີໃນນ້ຳກະດ້າງ ແລະ ນ້ຳທີ່ປົນເປື້ອນສານອິນຊີ.
  • ມີກິ່ນຫອມ, ເຢັນ ບໍ່ເຮັດໃຫ້ເກີດການລະຄາຍເຄືອງຕໍ່ລະບົບຫາຍໃຈຂອງຜູ້ໃຊ້ ແລະ ສັດລ້ຽງ.

 ສ່ວນປະກອບ: ໃນ 1 ກິໂລກຼາມ ປະກອບດ້ວຍ:

Glutaraldehyde  10.0% w/v

n-Octyl Decyl dimethyl Ammonium chloride  5% w/v

Di-n-Octyl Decyl dimethyl Ammonium chloride  2.5% w/v

Di-n-Decyl Decyl dimethyl Ammonium chloride  2.5% w/v

ຂະໜາດ ແລະວິທີການໃຊ້:

ສຳລັບທຳຄວາມສະອາດ:

ປະສົມຢາ ກັບນ້ຳໃນອັດຕາສ່ວນ  1:​​1000 ແລ້ວໃຊ້ຜ້າ ຫຼື ຟອງນ້ຳ ເຊັດຖູໃຫ້ທົ່ວບໍລິເວນທີ່ຕ້ອງການ

ທຳຄວາມສະອາດແລ້ວລ້າງອອກດ້ວຍນ້ຳສະອາດ.

ສໍາລັບການຂ້າເຊື້ອໂຣກ:

ປະສົມຢາກັບນ້ຳໃນອັດຕາສ່ວນ  1:​​200 ແລ້ວໃຊ້ຜ້າ ຫຼື ຟອງນ້ຳ ເຊັດຖູໃຫ້ທົ່ວພື້ນຜີວ ຝາພະໜັງ ແລະ ອຸປະກອນ ເຄື່ອງມືຕ່າງໆ ປະໄວ້ຢ່າງໜ້ອຍ 10 ນາທີແລ້ວລ້າງອອກດ້ວຍນ້ຳສະອາດ ຫຼື ໃຊ້ດູລກາດ 20 ໃນອັດຕາສ່ວນ 1 ລິດຕໍ່ພື້ນທີ່ 5 ມ2.

 ຂະໜາດບັນຈຸ:  ກວດປລາສະຕິກ 1 ລິດ, ຖັງ 20 ລິດ ແລະ ຖັງ 200 ລິດ.

ວັນໝົດອາຍຸ:  2 ປີ.