ກ່ຽວກັບ BCI
ກຸ່ມບໍລິສັດ BCI ໄດ້ສ້າງຕັ້ງຂຶ້ນໃນປີ 2012 ສ້າງຕັ້ງໂດຍ ທ່ານ ບຸນທະປານີ ສີວັນເພັງ. ໂດຍ ບໍລິສັດ BCI ແມ່ນດຳເນີນທຸລະກິດໃນຮູບແບບເປັນການຄ້າ ແລະ ການລົງທຶນ ໃນຂະແໜງ ກະສິກຳລ້ຽງສັດ ແລະ ເຄື່ອງອຸປະໂພກບໍລິໂພກ, ເຊິ່ງເປັນລັກສະນະ (Holding company) ເຊິ່ງທາງພວກເຮົາ ກໍ່ຍັງໄດ້ລົງທຶນກ່ຽວກັບ ຂະແຫນງການກິດຈະການຕ່າງໆເຊັ່ນ: ດ້ານການບໍລິການ, ດ້ານອຸດສາຫະກຳການຜະລິດ, ດ້ານການສຶກສາ, ດ້ານກະສິກຳ ແລະ ລ້ຽງສັດ, ເຊິ່ງໄດ້ແບ່ງອອກເປັນ 6 ທຸລະກິດຫລັກ
ທຸລະກິດຂອງເຮົາ
ຈາກການດຳເນີນທຸລະກິດໃນໄລຍະທີ່ຜ່ານມາເຫັນວ່າບໍລິສັດຕ່າງໆມີຜົນປະກອບການເປັນທີ່ຫນ້າພໍໃຈ ແລະ ໄດ້ຮັບຄວາມເຊື່ອຫມັ້ນຈາກບັນດາຄູ່ຄ້າ
ໂດຍໄດ້ສະທ້ອນໃຫ້ເຫັນເຖິງການຂະຫຍາຍສາຍທຸລະກິດໃນກຸ່ມບໍລິສັດ.
ຫຼັກການດຳເນີນ ທຸລະກິດ
ບໍລິສັດ ບີ,ຊີ,ໄອ ຈະສ້າງຄວາມເຊື່ອໝັ້ນ ແລະ ເສີມສ້າງສາຍພົວພັນອັນດີງາມກັບຄູ່ຮວ່ມທຸລະກິດ ແລະ ກຸ່ມຜູ້ທີ່ມີສ່ວນຮ່ວມໃນການດຳເນີນທຸລະກິດຂອງເຮົາ ແລະ ສັງຄົມທົ່ວໄປ. ໂດຍຈະນຳເອົາຄ່ານິຍົມ ຈັນຍາບັນ, ຄຸນນະທຳ, ຄວາມຊື່ສັດ ແລະ ຄວາມໂປ່ງໃສ. ໃຊ້ເຂົ້າໃນທຸຂະແໜງກິດຈະການທຸລະກິດທີ່ດຳເນີນ. ໂດຍຍືດໝັ້ນໃນການສ້າງຜົນປະໂຫຍດສູງສຸດໃຫ້ ຄູ່ຮ່ວມທຸລະກິດ ແລະ ບໍລິສັດຂອງພວກເຮົາ.
ຄະນະຜູ້ບໍລິຫານ ບໍລິສັດ ບີຊີໄອ ຈຳກັດ

ທ່ານ ບຸນທະປານີ ສີວັນເພັງ

ທ່ານ ສຸລິຍາ ໂນວາຫາ

ທ່ານ ນາງ ອາໄທລັດ ພົມມະຈັນ

ທ່ານ ນາງ ທິບພະສອນ ຄຳແສນສຸກ

ທ່ານ ນາງ ອານຸວັດ ພົມມະຈັນ

ທ່ານ ນາງ ນວນຄຳ ເລື່ອນວິໄລ
ບັນດາທຸລະກິດໃນກຸ່ມ
ຈາກການດຳເນີນທຸລະກິດໃນໄລຍະທີ່ຜ່ານມາເຫັນວ່າບໍລິສັດຕ່າງໆມີຜົນປະກອບການເປັນທີ່ຫນ້າພໍໃຈ ແລະ ໄດ້ຮັບຄວາມເຊື່ອຫມັ້ນຈາກບັນດາຄູ່ຄ້າ
ໂດຍໄດ້ສະທ້ອນໃຫ້ເຫັນເຖິງການຂະຫຍາຍສາຍທຸລະກິດໃນກຸ່ມບໍລິສັດ.

ຂະແໜງບໍລິການຮ້ານຄ້າຈຳໜ່າຍເຫຼົ້າ ແລະ ວາຍ ບີເອວວີໄດ້ສ້າງຕັ້ງຂຶ້ນໃນປີ 2010 ລົງທຶນ 100% ຂອງ ກຸ່ມບໍລິສັດ BCIເຊິ່ງໄດ້ນຳເຂົ້າສິນຄ້າປະເພດເຄື່ອງດື່ມຫລາກຫລາຍປະເພດທີ່ມີຄຸນນະພາບສູງຈາກຕ່າງປະເທດເປັນ ຕົ້ນແມ່ນ ປະເທດ ຝລັ່ງ ເຊັ່ນ: ວາຍ, ເຫລົ້າວິດສກີ້ ແລະ ເບຍ ໂດຍການຈຳຫນ່າຍມີທັງຮູບແບບສົ່ງ ແລະ ຍ່ອຍ. ໃນໄລຍະຜ່ານມາໃນການດຳເນີນທຸລະກດິພວກເຮົາແມ່ນສ້າງຄວາມເຊື່ອຖືໃຫ້ຜູ້ບໍລິໂພກທີ່ມາຊົມໃຊ້ການບໍລິການ ແລະ ຖືໄດ້ວ່າເປັນຫນຶ່ງໃນຫລາຍຜູ້ສະຫນອງສິນຄ້າທີ່ດີທີ່ສຸດໃນ ສປປ ລາວ.

ຂະແໜງດ້ານກະສິກຳລ້ຽງສັດ ຊຶ່ງໃຊ້ວ່າຈະເລີນການກະເສດ ແມ່ນຂະແໜງທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2019 ໂດຍດຳເນີນທຸລະກິດມີເປົ້າຫມາຍແມ່ນການສົ່ງເສີມການຜະລິດກະສິກຳພາຍໃນເພື່ອເປັນສິນຄ້າຈຳຫນ່າຍພາຍໃນ ແລະ ຕ່າງປະເທດ. ປະຈຸບັນພວກເຮົາແມ່ນໄດ້ສົ່ງເສີມການເກັບກ່ຽວຊາຂຽວພັນພື້ນເມືອງໃນບັນດາແຂວງທາງພາກເຫນືອ ແລະ ເປັນຕົວແທນຈຳຫນ່າຍເພື່ອສົ່ງອອກໄປປະເທດໃກ້ຄຽງ. ນອກນີ້ພວກເຮົາຍັງໄດ້ສົ່ງເສີມການລ້ຽງງົວພັນຊີ້ນ ໃນນະຄອນຫລວງວຽງຈັນ ເພື່ອເປັນສິນຄ້າຈຳຫນ່າຍພາຍໃນ ແລະ ຕ່າງປະເທດທີ່ມີຄວາມຕ້ອງການສູງໃນປະຈຸບັນ ແລະ ຍັງໄດ້ເປັນຕົວແທນຈຳຫນ່າຍສິນຄ້າກະສິກຳເຊັ່ນ: ປຸຍ ແລະ ອຸປະກອນເຄື່ອງມືກະສິກຳຂະຫນາດນ້ອຍ.

ຂະແໜງດ້ານການສຶກສາ ໂຮງຮຽນ ປະຖົມ – ມັດທະຍົມສົມບູນ ເມທານີ ໄດ້ສ້າງຕັ້ງຂຶ້ນໃນປີ 2015 ໂດຍການລົງທຶນ 100% ຂອງ ກຸ່ມບໍລິສັດ BCI ໃນເນື້ອທີ່ຫນຶ່ງເຮັກຕ້າ. ໃນເບື້ອງຕົ້ນພວກເຮົາແມ່ນເນັ້ນໃສ່ນັກຮຽນອະນຸບານແຕ່ 1 ຫາ 6 ປີ ໂດຍນຳໃຊ້ຫລັກສູດ ການສອນຈາກປະເທດຍີ່ປຸ່ນ ແລະ ບຸກຄະລາກອນ ທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີຈາກປະເທດ ຍີ່ປຸ່ນ ເພື່ອຮັບປະກັນດ້ານຄຸນນະພາບການສຶກສາ ແລະ ສຸຂະອານາໄມ. ໃນປະຈຸບັນພວກເຮົາ ໄດ້ເພີ່ມຫລັກສູດການຮຽນຂັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ຕອນປາຍ ໂດຍການປະສົມປະສານຂອງຫລັກສູດຍີ່ປຸ່ນ ແລະ ຂອງກະຊວງສຶກສາທີ່ໄດ້ວາງອອກຢ່າງເຂັ້ມງວດ.

ຂະແໜງດ້ານການຜະລິດ ບໍລິສັດ ເຫຼົ້າລາວ ໄດ້ສ້າງຕັ້ງຂຶ້ນໃນປີ 2019 ໂດຍການລົງທຶນ 100% ຂອງ ກຸ່ມບໍລິສັດ BCI ແມ່ນໂຮງງານຜະລິດທາດເຫລົ້າເພື່ອຈຳຫນ່າຍພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ວັດຖຸດິບພາຍໃນປະເທດເປັນຫລັກເຂົ້າໃນການຜະລິດເພືື່ອເປັນການສົ່ງເສີມການຜະລິດພາຍໃນເທດ. ສິນຄ້າພວກເຮົາແມ່ນເນັ້ນສະເພາະ ເຫລົ້າໂວດກ້າ ເພື່ອເປັນຈຸດເລີ້ມຕົ້ນໃນການສ້າງຜະລິດຕະພັນອັນເປັນເອກະລັກໃຫ້ ສປປ ລາວ. ປະຈຸບັນພວກເຮົາໄດ້ທົດລອງສົ່ງອອກໄປຫລາຍປະເທດເພື່ອເປັນການທົດລອງຕະຫລາດ. ຄວາມສາມາດແລະ ປະລິມານການຜະລິດຂອງໂຮງງານພວກເຮົາແມ່ນ 60.000 ລີດຕໍ່ປີ.

ຂະແໜງດ້ານກາຄ້າ ເອັດທີຈີ ເທດດິງ ໄດ້ສ້າງຕັ້ງຂຶ້ນໃນປີ 2018 ໂດຍໄດ້ນຳເຂົ້າແລະຈັດຈຳໜ່າຍ ສິນຄ້າອຸປະກອນກໍ່ສ້າງຈາກຕ່າງປະເທດ ເຊິ່ງ.ພວກເຮົາມີທີມງານດ້ານກໍ່ສ້າງສະເພາະເພື່ອໃຫ້ຄຳປຶກສາແກ່ລູກຄ້າບໍ່ວ່າຈະເປັນໂຮງງານອຸດສາຫະກຳ ຫລື ອາຄານທີ່ຢູ່ອາໃສຕ່າງໆ. ປະຈຸບັນພວກເຮົາໄດ້ສະຫນອງອຸປະກອນກໍ່ສ້າງຫລາຍປະເພດເຊັ່ນ: ອຸປະກອນຫລັງຄາ, ຊີມັງ ແລະ ອື່ນໆ. ຄູ່ຄ້າທີ່ພວກເຮົາສະຫນອງສິນຄ້າໃຫ້ມີທັງຮ້ານຄ້າສະຫນອງອຸປະກອນກໍ່ສ້າງໃນນະຄອນຫລວງທີ່ມີຫລາຍກວ່າ 200 ຮ້ານຄ້າ.

ຂະແໜງດ້ານການເງິນ ສະຖາບັນການເງິນ ບີຊີໄອ ເອັມເອັບຟ (ທີ່ບໍ່ຮັບເງິນຝາກ) ໄດ້ສ້າງຕັ້ງຂຶ້ນໃນປີ 2015 ໂດຍກຸ່ມບໍລິສັດ BCI ໄດ້ຖືຮຸ້ນ 50% ຮ່ວມກັບ ບໍລິສັດ ທິບພະຈັນ. ສະຖາບັນການເງິນ ບີຊີໄອ ເອັມເອັບຟ ແມ່ນການບໍລິການ ທາງດ້ານການເງິນໃຫ້ແກ່ລູກຄ້າຂະຫນາດນ້ອຍທີ່ຕ້ອງການເງິນທຶນທີ່ຈະຂະຫຍາຍທຸລະກິດ. ພວກເຮົາມີຄວາມຊຳນານດ້ານການວິເຄາະທັງສິນ ເຊື່ອສະເພາະ ເພື່ອໃຫ້ແທດເຫມາະກັບຄວາມຕ້ອງ ການຂອງລູກຄ້າ ແລະ ແທດເຫມາະກັບ ທຸລະກິດແຕ່ລະປະເພດເຊິ່ງປະເພດຂອງສິນເຊື່ອມີທັງໄລຍະສັ້ນ, ກາງ ແລະ ຍາວ.

ຂະແໜງດ້ານໄຟຟ້າ ບໍລິສັດ BCI ໄດ້ເຂົ້າໄປຮ່ວມກັບຖືຮຸ້ນ ຢູ່ 20% ຂອງຮຸ້ນທັງໝົດຂອງບໍລິສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໃນປີ 2013. ເຊິ່ງບໍລິສັດ ທິບພະຈັນ ແມ່ນບໍລິສັດໃຫ້ບໍລິການ ຕິດຕັ້ງລະບົບໄຟຟ້າທີ່ມີທັງແຮງຕໍ່າ, ແຮງກາງ ແລະ ແຮງສູງ, ຢູ່ໃນຫລາຍຂົງເຂດພື້ນທີ່ ພາຍໃນປະເທດລາວໂດຍສະເພາະແມ່ນບັນດາໂຄງການພັດທະນາພື້ນຖານໂຄງລ່າງຂອງລັດຖະບານ.
